ຝຶກອ່ານພາສາອັງກິດ ເລື່ອງ''The toys shop''

My name is tom. I’m ten years old. And this is my best friends Dan. I have two sisters, Anna and Rita. Anna is seven and Rita is five years old. There is a big toy shop near our house. It is Mr. sharon’s shop. It is our favorite toy shop. There are many beautiful​ອ່ານ​ເພີ່ມ​ຕື່ມ “ຝຶກອ່ານພາສາອັງກິດ ເລື່ອງ''The toys shop''”

ຝືກອ່ານພາສາອັງກິດ ເລື່ອງ "The Three little friends'' ເພື່ອນຮັກ3ຄົນ

There are Maria, Jeremy, and Peter. They are friends. they love thier school, Because it is very big and cool. Maria has a short brown hair. Jeremy has a small eyes and big nose and Peter has a curly black hair. Jeremy’s bag is blue and her pants are blue too, But his T-shirt is​ອ່ານ​ເພີ່ມ​ຕື່ມ “ຝືກອ່ານພາສາອັງກິດ ເລື່ອງ "The Three little friends'' ເພື່ອນຮັກ3ຄົນ”

ສີ່ງທີ່ຄວນເຮັດ ເພື່ອຊີວິດຈະໄດ້ດີຂື້ນ.

Things you should do for a better life. ບາງເທື່ອເຮົາອາດຈະລະເລີຍຊີວິດຕົນເອງໄປຫຼາຍຈົນເຮັດຫຍັງບໍ່ຖືກ, ມື້ນີ້ຜູ້ຂຽນຂໍອະນຸຍາດນຳເອົາຂໍ້ຄີດມາແບ່ງ່ປັັນໃຫ້ ທຸກໆຄົນທີ່ເພື່ັອຈະຫົົ້ນມາດູເລຕົນເອງ. 1. ຕື່ນເຊົ້າໃຫ້ເປັນ ແລ້ວເຈົ້າຈະປະຫຼາດໃຈທີ່ ເຈົ້າຈະມີເວລາຫຼາຍຂື້ນ, ຕອນເຊົ້າຈະເປັນຊ່ວງທີ່ບໍ່ຮີບຮ້ອນ, ສະໝອງປອດປ່ອງ. 2. ອອກກຳລັງກາຍ ສຸຂະພາບດີ ຈະນຳມາຊີວິດທີ່ດີ, ຫຼາຍໆຄົນອາດຈະຮູ້ຢູ່ແລ້ວແຕ່ກະບໍ່ເຮັດ. ຂໍພຽງມື້ລະ 30 ທຸກໆມື້ເທົ່ານັ້ນກໍ່ພໍ 3.ເລືອກຮັບແຕ່ສິ່ງດີໆ ອ່ານໜັງສືທີ່ດີ, ຟັງຄຳເວົ້າດີໆ, ເລື່ງດີໆຈະສ້າງມຸມມອງ ແລະ ທັດສະນະຄະຕິໃຫ້ກັບເຮົາ 4.ເວົ້າດີໆກັບຕົນເອງ ຢ່າມົວແຕ່ເວົ້າດີກັບຄົນອຶ່ນ ຈົນລືມເວົ້າສິ່ງດີໆໃຫ້ກັບຕົນເອງ ເພາະ​ ຄຳເວົ້າທີ່ດີຄືພື້ນຖານຄວາມເຂັ້ມແຂງຂອງຈິດໃຈ. 5. ໃຫ້ເວລາກັບຕົນເອງ ຢຸດໃຊ້ເວລາໄປກັບ ອອນໄລ ແລ້ວຫັ້ນມາໃຫ້ເວລາກັບຕົນເອງເພື່ອທົບທວນຄວາມຄິດ ແລະ ສີ່ງທີ່ເກີດຂື້ນ 6. ເຫັນຄວາມໂຊກດີ ຕີຄວາມທຸກເລື່ອງໃນຊີວິດໃຫ້ເປັນເລື່ອງໂຊກດີເມື່ອຄວາມຄິດປ່ຽນ ຊີວິດປ່ຽນ 7. ແບ່ງເວລາໃຫ້ກັບສິ່ງທີ່ຮັກ ສິ່ງທີ່ເຮົາຮັກມັນຈະເປັນແຮງທີ່ສຳຄັນທີ່ເເຮັດໃຫ້ຊີວິດມີພະລັງ ມີຄວາມດຸໝັ້ນ ຈະເຮັດໃຫ້ເກີດຜົນໄປໃນທາງທີ່ດີ. 8. ທົບທວນເປັ້າໝາຍ ຖ້າມີເປົ້າໝາຍ​ອ່ານ​ເພີ່ມ​ຕື່ມ “ສີ່ງທີ່ຄວນເຮັດ ເພື່ອຊີວິດຈະໄດ້ດີຂື້ນ.”

5 ຄວາມຈິງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້

ຫຼາຍໆຄົນອາດວາດຝັນຢາກໄດ້ໄປຮຽນບ່ອນນັ້ນ, ບ່ອນນີ້, ເພາະວ່າ ເປົ້າໝາຍດຽວຂອງການສຶກສາທີ່ແສນຈະຍາວນານ ໃນປະຖົມ 5ປີ ແລະ ມັດທະຍົມອີກ 7ປີ ຈົບໄປກໍ່ເພື່ອເຂົ້າມະຫາໄລ ແລະ ຄິດວ່າຈະໄດ້ເຮັດໃນສີ່ງທີ່ຕົນເອງຢາກຕົນເອງຢາກເຮັດ, ເຊີ່ງມັນກໍ່ເປັນຄວາມຈີງ, ແຕ່ບໍ່ແມ່ນທັງໝົດ. ມື້ນີ້ຂ້ອຍນຳເອົາ 5 ຄວາມຈີງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້ ມາແບ່ງປັນໃຫ້ກັບນ້ອງໆທີ່ຍັງຮຽນ ມັດທະຍົມຢູ່ ເພື່ອຈະໄດ້ສຶກສາຂໍ້ມູນໄວ້ເມື່ອຮອດຢາມຕົນເອງຈື່ງບໍ່ຕົກໃຈ. 1. ມີເວລາຫວ່າງຫຼາຍ. ການຮຽນໃນລະບົບສາມັນທົ່ວໄປ ຫຼື ມັດທະຍົມ ນັກຮຽນຈະຕ້ອງໄດ້ຮຽນທຸກມື້ ຈັນ-ສຸກ ເຊີ່ງແຕ່ລະມື້ກໍ່ຮຽນເຕັມເວລາ, ເຮັດໃຫ້ນ້ອງໆອາດຈະເມື່ອຍກັບການຮຽນແນວນັ້ນ, ແລະ ເນື່ອງຈາກ ມີອ້າຍ, ເອື້ອຍທີ່ເພີ່ນໄປຮຽນຕໍ່ມາເລົ່າໃຫ້ຟັງວ່າ ຮຽນໃນມະຫາໄລ ຈະຮຽນເປັນຊ່ວງເວລາ ເຊີ່ງກໍ່ອາດຈະແມ່ນຄວາມຈິງ. ມັນຂື້ນກັບ ແຕ່ລະ ວິທະຍາໄລກຳນົດເອງ ບາງບ່ອນຮຽນເປັນພາກປົກກະຕິເຊີ່ງເຮົາຈະໄດ້ຮຽນໝົດມື້ຄືຕອນຢູ່ມັດທະຍົມ ແລະ ບາງບ່ອນ ນ້ອງສາມາດເລືອກໄດ້ວ່ານ້ອງຈະຮຽນ ຕອນເຊົ້າ, ຕອນບ່າຍ ຫຼື ຕອນແລງ. ແຕ່ຂໍບອກວ່າລະບົບການຮຽນໃນມະຫາໄລບໍ່ຄືກັນກັບມັດທະຍົມ, ເຊີ່ງການໃນມະຫາໄລນັ້ນ ອາຈານສອນໄວ, ນ້ອງຕ້ອງອ່ານປື້ມ ແລະ ຮຽນເອງເປັນສ່ວນໃຫຍ່ ແລະ​ອ່ານ​ເພີ່ມ​ຕື່ມ “5 ຄວາມຈິງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້”

ປະສົບການເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ) 2019-2020

ສະບາຍດີນ້ອງໆທີ່ຫຼົງຄຣິກເຂົ້າມາອ່ານ, ຖ້ານ້ອງເຂົ້າມາອ່ານໝາຍຄວາມວ່ານ້ອງກະຢາກເປັນອີກຄົນໜື່ງທີ່ຢາກມີໂອກາດເຂົ້າມາຮຽນໃນຮົ້ວຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ເຊັ່ນດຽວກັນກັບທຸກໆຄົນ. ການທີ່ຈະເຂົ້າມາເປັນນັກສຶກສາໃນຄະນະຕ່າງຂອງມະຫາວິທະຍາໄລແຫ່ຊາດ ເປັນອີກໜື່ງຊ່ອງທາງໃຫ້ກັບນ້ອງໆທີ່ຈະສຶກສາ ແລະ ພັດທະນາ ຄວາມຮູ້ຂອງຕົນເອງໃຫ້ພຽບພ້ອມຮັບໃຊ້ສັງຄົມ, ແຕ່ ມັນກະບໍ່ແມ່ນທຸກຄົນທີ່ຈະໄດ້ທຳຕາມຄວາມຟັນຂອງຕົນເອງທີ່ວາດເອົາໄວ້, ເພາະແຕ່ລະປີ ມີນັກຮຽນທີ່ຈົບມັດທະຍົມ (ມໍ7) ຈາກທົ່ວປະເທດລາວໄດ້ເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ ເພື່ອຫວັງວ່າຕົນຈະໄດ້ເປັນໜື່ງໃນນັ້ນ. ແຕ່ຫຼາຍຄົນກະໄດ້ແຕ່ຄວາມເສຍໃຈກັບບ້ານໄປ, ອາດເປັນຍ້ອນຕົນເອງຕັ້ງໃຈບໍ່ພໍ ແລະ ທຸກຄົນຕ້ອງໄດ້ຜ່ານຂະບວນການຄັດເລືອກຕ່າງໆນາໆຂອງ ມຊ ກ່ອນ ຫຼື ປັດໄຈອື່ນໆທີ່ ເຮັດໃຫ້ບໍ່ສາມາດ ສອບຕິດ (ມຊ) ໄດ້. ຂ້ອຍເກີດ ແລະ ອາໄສຢູ່ຕ່າງແຂວງ ຫຼື ເຂົາເອີ້ນເຮົາວ່າ: “ບ້ານນອກ” ໃນຄອບຄົວທີ່ທຳມະດາ, ຖານະຄອບຄົວປານກາງ, ແລະ ເລີ່ມເຂົ້າໂຮງຮຽນຕອນອາຍຸ 5ປີ (2006-2007). ຕອນນັ້ນຍັງບໍ່ທັນມີອະນຸບານ (ຕອນນີ້ກະຍັງບໍ່ມີ) ຫັຼງຈົບປະຖົມ ແລ້ວ ກໍ່ຮຽນຕໍ່ມັດທະຍົມທຳມະດາ (ມ1) ແລ້ວ ກໍ່ມີເຫດໄດ້ຍ້າຍບ່ອນຮຽນໄປຢູ່ໂຮງຮຽນປະຈຳ ຫືຼ ເຮົາເອີ້ນວ່າ:”ໂຮງຮຽນຊົນເຜົ່າ” ທີ່ເປັນໂຮງຮຽນຂອງລັດເຊິ່ງເພີ່ນຊ່ວຍລ້ຽງເຂົ້າ, ລ້ຽງນໍ້າ, ໃຫ້ບ່ອນຮຽນຈົນຈົບມໍ7 (ເປັນເວລາ​ອ່ານ​ເພີ່ມ​ຕື່ມ “ປະສົບການເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ) 2019-2020”

Design a site like this with WordPress.com
Get started