ຝຶກອ່ານພາສາອັງກິດ ເລື່ອງ''The toys shop''

My name is tom. I’m ten years old. And this is my best friends Dan. I have two sisters, Anna and Rita. Anna is seven and Rita is five years old.

There is a big toy shop near our house. It is Mr. sharon’s shop. It is our favorite toy shop. There are many beautiful toys in the shop. I and Dan usually come to Mr. sharon’s shop in the afternoon. We llike to stop at the window and look at the toys.

Mr Sharon has small toys and big toys. He has a big airplanes on the shelf. We like to look at there airplanes. He has some pretty dolls on another shelf. Anna and Rita like to look at the dolls too.

Mr Sharon has many games and books in his shop. Sometimes our parents buy toys for us here. Mr Sharon is a nice man, We like him and his toy shop.

”The toys shop”
ຮ້ານຂາຍຂອງຫຼີ້ນ

ຂ້ອຍຊື່ ທອມ, ຂ້ອຍມີອາຍຸ 10 ປີ ແລະ ນີ້ແມ່ນໝູ່ຂອງຂ້ອຍຊືື່ ແດນ ແລະ ຍັງມີນ້ອງສາວອີກ 2ຄົນ, ແອນນາ ມີ 7ປີ ແລະ ຣິຕ່າ ມີອາຍຸ5ປີ.

ມັນມີຮ້ານຂາຍຂອງຫຼີ້ນແຫ່ງໜື່ງຢູ່ໃກ້ໆກັບເຮືອນຂອງຂ້ອຍ, ມັນເປັນຂອງ ລຸງຊາຣອນ, ມັນເປັນຮ້ານທີ່ຂ້ອຍມັກທີ່ສຸດ. ມັນມີຂອງຫຼີ້ນທີ່ງາມໆໃນຮ້ານນັ້ນ.

ຂ້ອຍ ແລະ ແດນ ມັກທີ່ຈະໄປຮ້ານນັ້ນໃນຕອນບ່າຍຕະຫຼອດ, ພວກເຮົາທັງສອງມັກຈອບເບີ່ງຂອງຫຼີ້ນພວກນັ້ນຈາກປ້ອງຢ້ຽມດ້ານນອກ.

ລຸງ ຊາຣອນ ມີທັງຂອງຫຼິີ້ນນ້ອຍ ແລະ ໃຫຍ່ ພວກເຮົາທັງສອງມັກເບີ່ງໄປທີ່ ຍົນ (ຂອງຫຼີ້ນ) ທີ່ວາງໄວ້ເທີງຊັ້ນວາງຂອງ ແລະ ລຸງຊາຣອນ ຍັງມີ ຕຸກກະຕາ ວາງໄວ້ຊັ້ນວາງຂ້າງໆ. ແອນນາ ແລະ ຣິຕ່າ ມັກຈອບເບີ່ງຕຸກກະຕາເຊັ່ນກັນ.

ລຸງຊາຮອນ ມີເກມ ແລະ ປື້ມອ່ານເຕັມຮ້ານເລີຍ ແລະ ບາງເທຶ່ອ ພໍ່ແມ່ຂອງພວກເຮົາກໍ່ຊື້ໃຫ້ກັບເຮົາຢູ່ທີ່ນີ້. ລຸງຊາຣອນ ເປັນຄົນມີນໍ້າໃຈ, ພວກເຮົາຮັກ ແລະ ເຄົາລົບເພີ່ນຫຼາຍ…

the end

ບົດຄວາມຈາກ: reading-comprehension-for-kids

ແປໂດຍ: khamlek Herluejor

E-mail: khamlekjr0@gmail.com

ຝືກອ່ານພາສາອັງກິດ ເລື່ອງ "The Three little friends'' ເພື່ອນຮັກ3ຄົນ

There are Maria, Jeremy, and Peter. They are friends. they love thier school, Because it is very big and cool. Maria has a short brown hair. Jeremy has a small eyes and big nose and Peter has a curly black hair.

Jeremy’s bag is blue and her pants are blue too, But his T-shirt is yellow and red, Maria’s purse is purple and her shoes are pink, She love pink color. peter has got a basketball. He like to play basketball, His short are green and his shoes are grey. he has got a big red too. his favorite color is red.

The three little friends

Maria is 8 years old, Sh is from Mexico Jeremy is 9 years old, He is from cannada Peter is 9 years old, He is from france

The are different nationalities.

ເພື່ອນຮັກ3ຄົນ

ໝູ່ເພື່ອນກຸ່ມໜື່ງ ມີ ມາເຣຍ, ເຈມມິ ແລະ ປິເຕີ ພວກເຂົາເປັນໝູ່ທີ່ຮັກກັນຫຼາຍ. ພວກເຂົາມັກໂຮງຮຽນຂອງພວກເຂົາຫຼາຍ. ເພາະວ່າ, ໂຮງຮຽນຂອງພວກເຂົານັ້ນໃຫຍ່ ແລະ ງາມຫຼາຍ. ມາເຣຍມີຜົມສັ້ນສີນໍ້າຕານ, ຕາຂອງເຈມມິນ້ອຍ ແລະ ດັງໃຫຍ່. ປີເຕີມີຜົມກູດທີ່ເປັນສີດຳ.

ຖົງໃສ່ປື້ມຂອງເຈມມິເປັນສີຟ້າ ແລະ ໂສ້ງຂອງລາວເປັນສີຟ້າຄືກັນ, ແຕ່ເສື້ອແມ່ນສີເຫຼືອປົນກັບສີແດງ. ກະເປົາຂອງ ມາເຣຍເປັນສີມ່ວງ ແລະ ເກີບຂອງລາວແມ່ນສີບົວ, ເພາະ ລາວມັກສີບົວເປັນພິເສດ. ປີເຕີມີໝາກບານໜື່ງໜ່ວຍ, ລາວມັກຫຼີ້ນບາສເກດບໍ ໂສ້ງຂາສັ້ນຂອງລາວແມ່ນ ສີຂຽວ ແລະ ເກີບຂອງລາວແມ່ນສີເທົາ ແລະ ລາວກໍ່ມີຖົງທີ່ເປັນສີແດງ.

  • ມາເຣຍມີອາຍຸ 8 ປີ, ລາວມາຈາກ ປະເທດເມສິໂກ
  • ເຈມມິມີອາຍຸ 9 ປີ, ລາວມາຈາກ ປະເທດ ແຄນນາດາ
  • ປີເຕີມີອາຍຸ 9ປີ, ລາວມາຈາກ ປະເທດ ຝຣັ່ງ

ພວກເຂົາແມ່ນມີສັນຊາດແຕກຕ່າງກັນ.

The end

ບົດຄວາມຈາກ: reading-comprehension-for-kids

ແປໂດຍ: khamlek Herluejor

khamlekjr0@gmail.com

ສີ່ງທີ່ຄວນເຮັດ ເພື່ອຊີວິດຈະໄດ້ດີຂື້ນ.

Things you should do for a better life.

ບາງເທື່ອເຮົາອາດຈະລະເລີຍຊີວິດຕົນເອງໄປຫຼາຍຈົນເຮັດຫຍັງບໍ່ຖືກ, ມື້ນີ້ຜູ້ຂຽນຂໍອະນຸຍາດນຳເອົາຂໍ້ຄີດມາແບ່ງ່ປັັນໃຫ້ ທຸກໆຄົນທີ່ເພື່ັອຈະຫົົ້ນມາດູເລຕົນເອງ.

1. ຕື່ນເຊົ້າໃຫ້ເປັນ

ແລ້ວເຈົ້າຈະປະຫຼາດໃຈທີ່ ເຈົ້າຈະມີເວລາຫຼາຍຂື້ນ, ຕອນເຊົ້າຈະເປັນຊ່ວງທີ່ບໍ່ຮີບຮ້ອນ, ສະໝອງປອດປ່ອງ.

2. ອອກກຳລັງກາຍ

ສຸຂະພາບດີ ຈະນຳມາຊີວິດທີ່ດີ, ຫຼາຍໆຄົນອາດຈະຮູ້ຢູ່ແລ້ວແຕ່ກະບໍ່ເຮັດ. ຂໍພຽງມື້ລະ 30 ທຸກໆມື້ເທົ່ານັ້ນກໍ່ພໍ

3.ເລືອກຮັບແຕ່ສິ່ງດີໆ

ອ່ານໜັງສືທີ່ດີ, ຟັງຄຳເວົ້າດີໆ, ເລື່ງດີໆຈະສ້າງມຸມມອງ ແລະ ທັດສະນະຄະຕິໃຫ້ກັບເຮົາ

4.ເວົ້າດີໆກັບຕົນເອງ

ຢ່າມົວແຕ່ເວົ້າດີກັບຄົນອຶ່ນ ຈົນລືມເວົ້າສິ່ງດີໆໃຫ້ກັບຕົນເອງ ເພາະ​ ຄຳເວົ້າທີ່ດີຄືພື້ນຖານຄວາມເຂັ້ມແຂງຂອງຈິດໃຈ.

5. ໃຫ້ເວລາກັບຕົນເອງ

ຢຸດໃຊ້ເວລາໄປກັບ ອອນໄລ ແລ້ວຫັ້ນມາໃຫ້ເວລາກັບຕົນເອງເພື່ອທົບທວນຄວາມຄິດ ແລະ ສີ່ງທີ່ເກີດຂື້ນ

6. ເຫັນຄວາມໂຊກດີ

ຕີຄວາມທຸກເລື່ອງໃນຊີວິດໃຫ້ເປັນເລື່ອງໂຊກດີເມື່ອຄວາມຄິດປ່ຽນ ຊີວິດປ່ຽນ

7. ແບ່ງເວລາໃຫ້ກັບສິ່ງທີ່ຮັກ

ສິ່ງທີ່ເຮົາຮັກມັນຈະເປັນແຮງທີ່ສຳຄັນທີ່ເເຮັດໃຫ້ຊີວິດມີພະລັງ ມີຄວາມດຸໝັ້ນ ຈະເຮັດໃຫ້ເກີດຜົນໄປໃນທາງທີ່ດີ.

8. ທົບທວນເປັ້າໝາຍ

ຖ້າມີເປົ້າໝາຍ ແຕ່ຍໍ່ເຄິຍທົບທວນວ່າມື້ນີ້ເຮົາເຂົ້!ໃກ້ເປົ້າໝາຍນ້ອຍຫຼາຍປານໃດ ທົບທວນເພື່ອຈະໄດ້ແກ້ໄຂ

9. ຂຽນສີ່ງທີ່ຈະຕ້ອງເຮັດ

ຂຽນໃນສິ່ງທີ່ຈະຕ້ອງໄດ້ເຮັດໃນແຕ່ລະມື້ ເພື່ອທີ່ຈະຮູ້ ແລະ ລົງມືືຖືກກັບສີ່ງທີ່ຕັ້ງໄວ້

10. ໃຫ້ເວລາກັບຄອບຄົວ

ເພາະຄອບຄົວສຳຄັນທີ່ສຸດ ສະນັ້ນຢ່າມົວເຮັດສີ່ງອື່ນໆຈົນລືມຄອບຄົວ

11. ບໍ່ນອນເດີກ

ກິດຈະວັດປະຈຳວັນເຮັດໃຫ້ຮ້າງກາຍເພຍ.ສະນັນ, ພັກຜ່ອນເພຶ່ອສາກແບັດໃຫ້ເຕັມທີ່ ສຸຂະພາບດີບໍ່ແກ່ໄວ

Author: khamlek herluejor

facebook page: Emotional

5 ຄວາມຈິງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້

ຫຼາຍໆຄົນອາດວາດຝັນຢາກໄດ້ໄປຮຽນບ່ອນນັ້ນ, ບ່ອນນີ້, ເພາະວ່າ ເປົ້າໝາຍດຽວຂອງການສຶກສາທີ່ແສນຈະຍາວນານ ໃນປະຖົມ 5ປີ ແລະ ມັດທະຍົມອີກ 7ປີ ຈົບໄປກໍ່ເພື່ອເຂົ້າມະຫາໄລ ແລະ ຄິດວ່າຈະໄດ້ເຮັດໃນສີ່ງທີ່ຕົນເອງຢາກຕົນເອງຢາກເຮັດ, ເຊີ່ງມັນກໍ່ເປັນຄວາມຈີງ, ແຕ່ບໍ່ແມ່ນທັງໝົດ.

ມື້ນີ້ຂ້ອຍນຳເອົາ 5 ຄວາມຈີງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້ ມາແບ່ງປັນໃຫ້ກັບນ້ອງໆທີ່ຍັງຮຽນ ມັດທະຍົມຢູ່ ເພື່ອຈະໄດ້ສຶກສາຂໍ້ມູນໄວ້ເມື່ອຮອດຢາມຕົນເອງຈື່ງບໍ່ຕົກໃຈ.

1. ມີເວລາຫວ່າງຫຼາຍ.

ພາບປະກອບ

ການຮຽນໃນລະບົບສາມັນທົ່ວໄປ ຫຼື ມັດທະຍົມ ນັກຮຽນຈະຕ້ອງໄດ້ຮຽນທຸກມື້ ຈັນ-ສຸກ ເຊີ່ງແຕ່ລະມື້ກໍ່ຮຽນເຕັມເວລາ, ເຮັດໃຫ້ນ້ອງໆອາດຈະເມື່ອຍກັບການຮຽນແນວນັ້ນ, ແລະ ເນື່ອງຈາກ ມີອ້າຍ, ເອື້ອຍທີ່ເພີ່ນໄປຮຽນຕໍ່ມາເລົ່າໃຫ້ຟັງວ່າ ຮຽນໃນມະຫາໄລ ຈະຮຽນເປັນຊ່ວງເວລາ ເຊີ່ງກໍ່ອາດຈະແມ່ນຄວາມຈິງ. ມັນຂື້ນກັບ ແຕ່ລະ ວິທະຍາໄລກຳນົດເອງ ບາງບ່ອນຮຽນເປັນພາກປົກກະຕິເຊີ່ງເຮົາຈະໄດ້ຮຽນໝົດມື້ຄືຕອນຢູ່ມັດທະຍົມ ແລະ ບາງບ່ອນ ນ້ອງສາມາດເລືອກໄດ້ວ່ານ້ອງຈະຮຽນ ຕອນເຊົ້າ, ຕອນບ່າຍ ຫຼື ຕອນແລງ.

ແຕ່ຂໍບອກວ່າລະບົບການຮຽນໃນມະຫາໄລບໍ່ຄືກັນກັບມັດທະຍົມ, ເຊີ່ງການໃນມະຫາໄລນັ້ນ ອາຈານສອນໄວ, ນ້ອງຕ້ອງອ່ານປື້ມ ແລະ ຮຽນເອງເປັນສ່ວນໃຫຍ່ ແລະ ທີ່ສຳຄັນ ອາຈານເພີ່ນສັ່ງວຽກບ້ານຫຼາຍ,

ສ່ວນຕົວຄິດວ່າ ເວລາທີ່ຫວ່າງນັ້ນຈະໝົດໄປກັບການເຮັດວຽກບ້ານ. ສະຫຼຸບແລ້ວ, ຮຽນໃນຫ້ອງນ້ອຍແຕ່ ຮຽນດ້ວຍຕົນເອງຫຼາຍ.

2. ຕ້ອງມີແຟນແນ່ນອນ

ການໄດ້ເຂົ້າມາຮຽນຕໍ່ໃນລະດັບມະຫາໄລແນ່ນອນວ່າ ເຮົາຈະໄດ້ພົບຄົນຫຼາຍຂື້ນທີ່ມາຈາກທົ່ວປະເທດ ແຕ່ບໍ່ໝາຍຄວາມວ່າຈະມີຄົນຄົນນັ້ນ hehe.

ບໍ່ແມ່ນທຸກຄົນທີ່ຫາແຟນໄດ້ເມື່ອເຂົ້າມາຮຽນໃນຮົ້ວມະຫາໄລ, ເພາະການຮຽນຫຍຸ້ງຫຼາຍ.

3. ຕ້ອງຂື້ນລາຍງານຕະຫຼອດ

ການເຮັດບົດລາຍງານເປັນການຝຶກເຮັດວຽກກັບໝູ່, ຊ່ວຍກັນອອກຄວາມເຫັນໃຫ້ວຽກອອກມາໃຫ້ດີທີ່ສຸດ ແລະ ທີ່ສຳຄັນຕ້ອງໄດ້ຂື້ນ ລາຍງານໃຫ້ອາຈານເປັນປະຈຳ.

4. ເສັງຄືນເສຍເງີນ

ການທີ່ເຮົາຈະປະຕິບັດຕົນຄືຕອນຢູ່ມັດທະຍົມ ຈະໃຊ້ບໍ່ໄດ້ໃນມະຫາໄລອີກແລ້ວ, ຖ້າບໍ່ຮຽນເອົາຈິງແລ້ວ ຕົກຄືຕົກ, ຖ້າຢາກເສັງຄືນ ຕ້ອງຈ່າຍເງີນຕາມລາຍວິຊາ ແລະ ແຕ່ລະວິຊາທີ່ລົງທະບຽນນັ້ນ ຈະມີໜ່ວຍກິດໃຫ້ຈ່າຍຕາມ, 2-3 ວິຊາກະໝົດໄປແລ້ວ ແສນກ່ວາ.

5. ຕ້ອງຮຽນວິຊາບັງຄັບ

ສາຂາ ທີ່ນ້ອງເລືອກມັນມີ ວິຊາຂອງມັນຢູ່ແລ້ວ ແຕ່ທາງວິທະຍາໄລກໍ່ຈະເອົາວິຊາບັງຄັບມາໃຫ້ຮຽນເພື່ອເກັບເກຣດ. ສະນັ້ນ, ນ້ອງຕ້ອງໄດ້ຕັ້ງໃຈຮຽນເຊັ່ນກັນເຖິງຈະບໍ່ມັກກໍ່ຕາມ.

ນີ້ອາດເປັນພຽງບາງສ່ວນເທົ່ານັ້ນ, ເມື່ອນ້ອງໆເຂົ້າມາຮຽນໃນມະຫາໄລກໍ່ຈະໄດ້ຮຽນຮູ້ອີກຫຼາຍໆຢ່າງຕື່ມ.

Writer: Khamlek herluejor

ປະສົບການເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ) 2019-2020

ສະບາຍດີນ້ອງໆທີ່ຫຼົງຄຣິກເຂົ້າມາອ່ານ,

ຖ້ານ້ອງເຂົ້າມາອ່ານໝາຍຄວາມວ່ານ້ອງກະຢາກເປັນອີກຄົນໜື່ງທີ່ຢາກມີໂອກາດເຂົ້າມາຮຽນໃນຮົ້ວຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ເຊັ່ນດຽວກັນກັບທຸກໆຄົນ.

ການທີ່ຈະເຂົ້າມາເປັນນັກສຶກສາໃນຄະນະຕ່າງຂອງມະຫາວິທະຍາໄລແຫ່ຊາດ ເປັນອີກໜື່ງຊ່ອງທາງໃຫ້ກັບນ້ອງໆທີ່ຈະສຶກສາ ແລະ ພັດທະນາ ຄວາມຮູ້ຂອງຕົນເອງໃຫ້ພຽບພ້ອມຮັບໃຊ້ສັງຄົມ, ແຕ່ ມັນກະບໍ່ແມ່ນທຸກຄົນທີ່ຈະໄດ້ທຳຕາມຄວາມຟັນຂອງຕົນເອງທີ່ວາດເອົາໄວ້,

ເພາະແຕ່ລະປີ ມີນັກຮຽນທີ່ຈົບມັດທະຍົມ (ມໍ7) ຈາກທົ່ວປະເທດລາວໄດ້ເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ ເພື່ອຫວັງວ່າຕົນຈະໄດ້ເປັນໜື່ງໃນນັ້ນ.

ແຕ່ຫຼາຍຄົນກະໄດ້ແຕ່ຄວາມເສຍໃຈກັບບ້ານໄປ, ອາດເປັນຍ້ອນຕົນເອງຕັ້ງໃຈບໍ່ພໍ ແລະ ທຸກຄົນຕ້ອງໄດ້ຜ່ານຂະບວນການຄັດເລືອກຕ່າງໆນາໆຂອງ ມຊ ກ່ອນ ຫຼື ປັດໄຈອື່ນໆທີ່ ເຮັດໃຫ້ບໍ່ສາມາດ ສອບຕິດ (ມຊ) ໄດ້.

ຂ້ອຍເກີດ ແລະ ອາໄສຢູ່ຕ່າງແຂວງ ຫຼື ເຂົາເອີ້ນເຮົາວ່າ: “ບ້ານນອກ” ໃນຄອບຄົວທີ່ທຳມະດາ, ຖານະຄອບຄົວປານກາງ, ແລະ ເລີ່ມເຂົ້າໂຮງຮຽນຕອນອາຍຸ 5ປີ (2006-2007). ຕອນນັ້ນຍັງບໍ່ທັນມີອະນຸບານ (ຕອນນີ້ກະຍັງບໍ່ມີ) ຫັຼງຈົບປະຖົມ ແລ້ວ ກໍ່ຮຽນຕໍ່ມັດທະຍົມທຳມະດາ (ມ1) ແລ້ວ ກໍ່ມີເຫດໄດ້ຍ້າຍບ່ອນຮຽນໄປຢູ່ໂຮງຮຽນປະຈຳ ຫືຼ ເຮົາເອີ້ນວ່າ:”ໂຮງຮຽນຊົນເຜົ່າ” ທີ່ເປັນໂຮງຮຽນຂອງລັດເຊິ່ງເພີ່ນຊ່ວຍລ້ຽງເຂົ້າ, ລ້ຽງນໍ້າ, ໃຫ້ບ່ອນຮຽນຈົນຈົບມໍ7 (ເປັນເວລາ 6ປີ).

ບອກກ່ອນວ່າ ຂ້ອຍເອງເປັນຄົນທີ່ຮຽນບໍ່ເກັ່ງເລີຍ, ຢູ່ໃນລະດັບກາງມາຕະຫຼອດ, ໂດຍສະເພາະ ແມ່ນວິຊາຄິດໄລ່ແມ່ນບໍ່ມັກເລີຍ.

ການທີ່ເຮົາໄດ້ໄປຢູ່ຄົນດຽວ(ຢູ່ກັບໝູ່), ເຮັດໃຫ້ຂ້ອຍໄດ້ຮູ້ການອອກໄປໃຊ້ຊີວິດແລະ ເຫັນຄວາມແຕກຕ່າງຂອງຂອງຄົນໃນສັງຄົມ. ແຕ່ເນື່ອງຈາກທີ່ເຮົາອ້ອມຮອບດ້ວຍຄົນຫຼາຍເກີນໄປ ເຮັດໃຫ້ເຮົາເກີດມີການປຽບທຽບ, ເລີ່ມເຫັນຄົນອື່ນເກັ່ງມີຄວາມສາມາດເປັນຕົວແທນຂອງໂຮງຮຽນໄປເສັງນັກຮຽນເກັ່ງ, ຂ້ອຍຕ້ອງເຮັດຫຍັງຈັກຢ່າງແລ້ວເພື່ອເຮັດໃຫ້ຂ້ອຍມີຕົວຕົນ, ແລະ ເລີ່ມຄິດໄດ້ ຕັ້ງແຕ່ຮຽນມໍ4.

ຂ້ອຍຕັດສີນໃຈ ແລະ ສັນຍາກັບຕົນເອງວ່າ ຈະຕັ້ງໃຈຮຽນ “ພາສາອັງກິດ” ແຕ່ຄຳຖາມຄືຂ້ອຍສິຮຽນແນວໃດ?

ຕັ້ງແຕ່ນັ້ນມາໄດ້ລົງມື ຄົ້ນຄ້ວາ ແລະ ຕັ້ງໜ້າຕັ້ງໃຈຝຶກຝົນຈົນປັດຈຸບັນສາມາດສື່ສານໄດ້ເປັນຢ່າງດີ. (ມື້ໜ້າຈະມາແຊຣ໌ເທັກນິກຮຽນພາສາອັງກິດ).

ສິ່ງສຳຄັນ ຈື່ໄວ້ວ່າ ເຖິງເຈົ້າຈະຕັ້ງໃຈເຮັດຫຍັງກະຢ່າ, ຂ້ອຍບໍຢາກໃຫ້ເຈົ້າລືມໜ້າທີ່ຂອງຕົນເອງຄືຮຽນໃນໂຮງຮຽນ.

ກ່ອນຈະຈົບມໍ7 ຕົນເອງຄິດຫຍັງບໍ່ອອກເລີຍວ່າຈະຮຽນຕໍ່ຫຍັງດີ? ນີ້ເປັນຄຳຖາມທີ່ຕ້ອງການຄຳຕອບ ແຕ່ຄຳຕອບຢູ່ໃສ?

#ຮຽນຫຍັງດີ?

ຂ້ອຍໃຊ້ວິທີໄປຖາມໝູ່ຫຼາຍໆຄົນເຂົາກະເວົ້າເປັນສຽງດຽວກັນວ່າໃຫ້ຮຽນຕໍ່ພາສາອັງກິດ ທີ່ວ່າເຮົາຖະໜັດຢູ່ແລ້ວຫັ້ນ, ແຕ່ມາພິຈາລະນາເບີ່ງແລ້ວວ່າ ເຮົາເກີດມາຢູ່ນຳຄວາມທຸກມາດ້ວຍຕະຫຼອດ, ຂ້ອຍຢາກພົ້ນຈາກວົງຈອນໂຕນີ້ຈະເຮັດແນວໃດ?

ຂ້ອຍຕັດສີນໃຈແລ້ວວ່າຈະຮຽນໃນສາຍທຸລະກິດເພາະຈະເວົ້າເຖິງເລື່ອງທຳເງີນ (ຄວາມເຂົ້າໃຈຂອງຕົນເອງຕອນນັ້ນ).

ຫັຼງຈາກຮຽນຈົບມໍ7 ແລ້ວ ຂ້ອຍເອງໄດ້ເດີນທາງເຂົ້າມາ ວຽງຈັນ ຄືກັນກັບໝູ່ເພື່ອນຄົນອື່ນໆເຊັ່ນກັນ, ແຕ່ປະເດັນຄື ຕ້ອງມາເຊົ່າຫ້ອງຢູ່(ແພງໆ) ໃສຕ້ອງຈ່າຍຄ່ານໍ້່າ, ຄ່າໄຟ ແລະ ຄ່າເດີນທາງຕ່າງໆ ດ້ວຍເງີນຂອງພໍ່ແມ່, ດ້ວຍເຫດນີ້ເຮັດໃຫ້ຫຼາຍຄົນຕັດສີນໃຈບໍ່ມາເລີຍແຕ່ຕົ້ນ.

ຂ້ອຍແມ່ນໄດ້ມີໂອກາດມາຮຽນກຽມ ທົບທວນຄວາມຮູ້ທີ່ຮຽນມາຕັ້ງແຕ່ ມໍຕົ້ນ ຫາ ມໍປາຍ ເພື່ອກຽມຄວາມພ້ອມສູ່ສະໜາມຮົບ(ບົດສອບເສັງ).

ຫັຼງຈາກທີ່ລົງທະບຽນເປັນທີ່ຮຽບຮ້ອຍ, ກະໄດ້ບັດເຂົ້າຫ້ອງສອບເສັງມາ, ເຊິ່ງຢູ່ທີ່ບັດເພີ່ນຈະບອກຊັດເຈນວ່າຖືກເສັງຢູ່ໃສ. ຂ້ອຍເອງແມ່ນຖືກເສັງຢູ່ ຄະນະ ວິສະວະກຳສາດ, ແຕ່ຂ້ອຍບໍ່ແມ່ນເສັງເຂົ້າວິສະວະ ເພີ່ນຈັດໃຫ້ເປັນບ່ອນເສັງຊື່ໆ.

ພໍຮອດເວລາ ເຂົ້າຫ້ອງເສັງ ແລະ ເຫັນບົດສອບມາ ຫົວໃຈເຕັ້ນແຮງ, ຕື່ນເຕັ້ນອີ່ຫຼີ່ ແຕ່ພໍເປີດປຸບ………

ທີ່ສຳຄັນຄະນະກຳມະການເພີ່ນຢາມເຄັ່ງຫຼາຍຈົນເຮັດໃຫ້ຂ້ອຍບໍ່ກ້າແມ້ແຕ່ຈະຫາຍໃຈ 555+

ຕ່າງໃຜຕ່າງມີວິທີເຮັດຂໍ້ສອບຂອງໃຜລາວ, ແລະ ເທັກນິກການເຮັດຂໍ້ສອບຂອງຂ້ອຍກໍ່ຄື ໃຈເຢັນໆ, ຫາຍໃຈໃຫ້ເລຶກໆ ແລະ ສະມາທິຄືສີ່ງທີ່ສຳຄັນທີ່ສຸດຕອນຢູ່ຫ້ອງເສັງ.

ຕັດພາບມາຕອນທີ່ຜ່ານການສອບເສັງແລ້ວ, ເພີ່ນໃຫ້ລຸ້ນ1 ເດືອນຜົນຄ່ອຍອອກມາ, ຕົນເອງຮູ້ສຶກບໍ່ໝັ້ນໃຈເລີຍ, ຢ້ານບໍ່ມີຊື່ ຈື່ງໄປເສັງຫຼາຍໆບ່ອນນອກຈາກ ມຊ ແລ້ວ ບໍ່ວ່າຈະເປັນ: ສະຖາບັນການທະນາຄານ, ມະຫາວິທະຍາໄລ ສຸຂະພາບ, ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລ ສຸດສະກະ.

ນັບມືນັບໄກ້ເຂົ້າ, ຂ້ອຍຍີ່ງລຸ້ນແທບໃຈຈະຂາດ, ສຸດທ້າຍແລ້ວຜົນປະກົດວ່າ:

ຕິດໂວຍ!!!!

ຂ້ອຍດີໃຈຫຼາຍ ພຸມໃຈໃນຕົນເອງບໍ່ເສຍດາຍເລີຍທີ່ຕັ້ງຮຽນມາ, ໄດ້ເຂົ້າໃນຄະນະທີ່ເລືອກໄວ້ຄື ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

ແຕ່ພໍເຂົ້າມາບໍ່ເປັນດັ່ງທີ່ຄິດ ຄົນທີ່ສາມາດຜ່ານເຂົ້າມາໄດ້ລ້ວນເປັນຄົນເກັ່ງໆທັງນັ້ນ, ແຖມຮຽນໜັກ ແລະ ລະບົບການຮຽນບໍ່ຄືຕອນຢູ່ມັດທະຍົມ, ອາຈານສອນໄວ ແລະ ໃຫ້ອ່ານປື້ມສຶກສາເອົາເອງສ່ວນຫຼາຍ.

ສຸດທ້າຍນີ້ ຂໍຂອບໃຈທີ່ອ່ານມາຮອດຈຸດນີ້. ໃນຖານະຮຸ່ນອ້າຍ ຈະບອກກັບນ້ອງໆທີ່ກຳລັງຈະເສັງເຂົ້າ ມຊ ຫຼື ມະຫາວິທະຍາໄລອື່ນໆ ວ່າ: ການເຂົ້າມາໃນຮົ້ວມະຫາໄລ ບໍ່ແມ່ນທຸກຢ່າງໃນອະນາຄົດຂອງນ້ອງໆ, ຖ້ານ້ອງເປັນຄົນກະຕືລືຫຼົ້ນ ແລ່ນເຂົ້າຫາໂອກາດ ນ້ອງກໍ່ຈະໄປໄດ້ໄກເຊັ່ນກັນ, (ຈະຮຽນຫຍັງບໍ່ສຳຄັນຖ້າຈົບມາເຮັດວຽກບໍ່ເປັນກະບໍ່ມີຄວາມໝາຍ).

ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ຈະເສັງໃນປີນີ້.

…ຂໍຂອບໃຈ…

Design a site like this with WordPress.com
Get started