ປະສົບການເສັງເຂົ້າມະຫາວິທະຍາໄລແຫ່ງຊາດ (ມຊ) 2019-2020

ສະບາຍດີນ້ອງໆທີ່ຫຼົງຄຣິກເຂົ້າມາອ່ານ,

ຖ້ານ້ອງເຂົ້າມາອ່ານໝາຍຄວາມວ່ານ້ອງກະຢາກເປັນອີກຄົນໜື່ງທີ່ຢາກມີໂອກາດເຂົ້າມາຮຽນໃນຮົ້ວຂອງມະຫາວິທະຍາໄລແຫ່ງຊາດ (ມຊ) ເຊັ່ນດຽວກັນກັບທຸກໆຄົນ.

ການທີ່ຈະເຂົ້າມາເປັນນັກສຶກສາໃນຄະນະຕ່າງຂອງມະຫາວິທະຍາໄລແຫ່ຊາດ ເປັນອີກໜື່ງຊ່ອງທາງໃຫ້ກັບນ້ອງໆທີ່ຈະສຶກສາ ແລະ ພັດທະນາ ຄວາມຮູ້ຂອງຕົນເອງໃຫ້ພຽບພ້ອມຮັບໃຊ້ສັງຄົມ, ແຕ່ ມັນກະບໍ່ແມ່ນທຸກຄົນທີ່ຈະໄດ້ທຳຕາມຄວາມຟັນຂອງຕົນເອງທີ່ວາດເອົາໄວ້,

ເພາະແຕ່ລະປີ ມີນັກຮຽນທີ່ຈົບມັດທະຍົມ (ມໍ7) ຈາກທົ່ວປະເທດລາວໄດ້ເດີນທາງເຂົ້າມາ ນະຄອນຫຼວງວຽງຈັນ ເພື່ອຫວັງວ່າຕົນຈະໄດ້ເປັນໜື່ງໃນນັ້ນ.

ແຕ່ຫຼາຍຄົນກະໄດ້ແຕ່ຄວາມເສຍໃຈກັບບ້ານໄປ, ອາດເປັນຍ້ອນຕົນເອງຕັ້ງໃຈບໍ່ພໍ ແລະ ທຸກຄົນຕ້ອງໄດ້ຜ່ານຂະບວນການຄັດເລືອກຕ່າງໆນາໆຂອງ ມຊ ກ່ອນ ຫຼື ປັດໄຈອື່ນໆທີ່ ເຮັດໃຫ້ບໍ່ສາມາດ ສອບຕິດ (ມຊ) ໄດ້.

ຂ້ອຍເກີດ ແລະ ອາໄສຢູ່ຕ່າງແຂວງ ຫຼື ເຂົາເອີ້ນເຮົາວ່າ: “ບ້ານນອກ” ໃນຄອບຄົວທີ່ທຳມະດາ, ຖານະຄອບຄົວປານກາງ, ແລະ ເລີ່ມເຂົ້າໂຮງຮຽນຕອນອາຍຸ 5ປີ (2006-2007). ຕອນນັ້ນຍັງບໍ່ທັນມີອະນຸບານ (ຕອນນີ້ກະຍັງບໍ່ມີ) ຫັຼງຈົບປະຖົມ ແລ້ວ ກໍ່ຮຽນຕໍ່ມັດທະຍົມທຳມະດາ (ມ1) ແລ້ວ ກໍ່ມີເຫດໄດ້ຍ້າຍບ່ອນຮຽນໄປຢູ່ໂຮງຮຽນປະຈຳ ຫືຼ ເຮົາເອີ້ນວ່າ:”ໂຮງຮຽນຊົນເຜົ່າ” ທີ່ເປັນໂຮງຮຽນຂອງລັດເຊິ່ງເພີ່ນຊ່ວຍລ້ຽງເຂົ້າ, ລ້ຽງນໍ້າ, ໃຫ້ບ່ອນຮຽນຈົນຈົບມໍ7 (ເປັນເວລາ 6ປີ).

ບອກກ່ອນວ່າ ຂ້ອຍເອງເປັນຄົນທີ່ຮຽນບໍ່ເກັ່ງເລີຍ, ຢູ່ໃນລະດັບກາງມາຕະຫຼອດ, ໂດຍສະເພາະ ແມ່ນວິຊາຄິດໄລ່ແມ່ນບໍ່ມັກເລີຍ.

ການທີ່ເຮົາໄດ້ໄປຢູ່ຄົນດຽວ(ຢູ່ກັບໝູ່), ເຮັດໃຫ້ຂ້ອຍໄດ້ຮູ້ການອອກໄປໃຊ້ຊີວິດແລະ ເຫັນຄວາມແຕກຕ່າງຂອງຂອງຄົນໃນສັງຄົມ. ແຕ່ເນື່ອງຈາກທີ່ເຮົາອ້ອມຮອບດ້ວຍຄົນຫຼາຍເກີນໄປ ເຮັດໃຫ້ເຮົາເກີດມີການປຽບທຽບ, ເລີ່ມເຫັນຄົນອື່ນເກັ່ງມີຄວາມສາມາດເປັນຕົວແທນຂອງໂຮງຮຽນໄປເສັງນັກຮຽນເກັ່ງ, ຂ້ອຍຕ້ອງເຮັດຫຍັງຈັກຢ່າງແລ້ວເພື່ອເຮັດໃຫ້ຂ້ອຍມີຕົວຕົນ, ແລະ ເລີ່ມຄິດໄດ້ ຕັ້ງແຕ່ຮຽນມໍ4.

ຂ້ອຍຕັດສີນໃຈ ແລະ ສັນຍາກັບຕົນເອງວ່າ ຈະຕັ້ງໃຈຮຽນ “ພາສາອັງກິດ” ແຕ່ຄຳຖາມຄືຂ້ອຍສິຮຽນແນວໃດ?

ຕັ້ງແຕ່ນັ້ນມາໄດ້ລົງມື ຄົ້ນຄ້ວາ ແລະ ຕັ້ງໜ້າຕັ້ງໃຈຝຶກຝົນຈົນປັດຈຸບັນສາມາດສື່ສານໄດ້ເປັນຢ່າງດີ. (ມື້ໜ້າຈະມາແຊຣ໌ເທັກນິກຮຽນພາສາອັງກິດ).

ສິ່ງສຳຄັນ ຈື່ໄວ້ວ່າ ເຖິງເຈົ້າຈະຕັ້ງໃຈເຮັດຫຍັງກະຢ່າ, ຂ້ອຍບໍຢາກໃຫ້ເຈົ້າລືມໜ້າທີ່ຂອງຕົນເອງຄືຮຽນໃນໂຮງຮຽນ.

ກ່ອນຈະຈົບມໍ7 ຕົນເອງຄິດຫຍັງບໍ່ອອກເລີຍວ່າຈະຮຽນຕໍ່ຫຍັງດີ? ນີ້ເປັນຄຳຖາມທີ່ຕ້ອງການຄຳຕອບ ແຕ່ຄຳຕອບຢູ່ໃສ?

#ຮຽນຫຍັງດີ?

ຂ້ອຍໃຊ້ວິທີໄປຖາມໝູ່ຫຼາຍໆຄົນເຂົາກະເວົ້າເປັນສຽງດຽວກັນວ່າໃຫ້ຮຽນຕໍ່ພາສາອັງກິດ ທີ່ວ່າເຮົາຖະໜັດຢູ່ແລ້ວຫັ້ນ, ແຕ່ມາພິຈາລະນາເບີ່ງແລ້ວວ່າ ເຮົາເກີດມາຢູ່ນຳຄວາມທຸກມາດ້ວຍຕະຫຼອດ, ຂ້ອຍຢາກພົ້ນຈາກວົງຈອນໂຕນີ້ຈະເຮັດແນວໃດ?

ຂ້ອຍຕັດສີນໃຈແລ້ວວ່າຈະຮຽນໃນສາຍທຸລະກິດເພາະຈະເວົ້າເຖິງເລື່ອງທຳເງີນ (ຄວາມເຂົ້າໃຈຂອງຕົນເອງຕອນນັ້ນ).

ຫັຼງຈາກຮຽນຈົບມໍ7 ແລ້ວ ຂ້ອຍເອງໄດ້ເດີນທາງເຂົ້າມາ ວຽງຈັນ ຄືກັນກັບໝູ່ເພື່ອນຄົນອື່ນໆເຊັ່ນກັນ, ແຕ່ປະເດັນຄື ຕ້ອງມາເຊົ່າຫ້ອງຢູ່(ແພງໆ) ໃສຕ້ອງຈ່າຍຄ່ານໍ້່າ, ຄ່າໄຟ ແລະ ຄ່າເດີນທາງຕ່າງໆ ດ້ວຍເງີນຂອງພໍ່ແມ່, ດ້ວຍເຫດນີ້ເຮັດໃຫ້ຫຼາຍຄົນຕັດສີນໃຈບໍ່ມາເລີຍແຕ່ຕົ້ນ.

ຂ້ອຍແມ່ນໄດ້ມີໂອກາດມາຮຽນກຽມ ທົບທວນຄວາມຮູ້ທີ່ຮຽນມາຕັ້ງແຕ່ ມໍຕົ້ນ ຫາ ມໍປາຍ ເພື່ອກຽມຄວາມພ້ອມສູ່ສະໜາມຮົບ(ບົດສອບເສັງ).

ຫັຼງຈາກທີ່ລົງທະບຽນເປັນທີ່ຮຽບຮ້ອຍ, ກະໄດ້ບັດເຂົ້າຫ້ອງສອບເສັງມາ, ເຊິ່ງຢູ່ທີ່ບັດເພີ່ນຈະບອກຊັດເຈນວ່າຖືກເສັງຢູ່ໃສ. ຂ້ອຍເອງແມ່ນຖືກເສັງຢູ່ ຄະນະ ວິສະວະກຳສາດ, ແຕ່ຂ້ອຍບໍ່ແມ່ນເສັງເຂົ້າວິສະວະ ເພີ່ນຈັດໃຫ້ເປັນບ່ອນເສັງຊື່ໆ.

ພໍຮອດເວລາ ເຂົ້າຫ້ອງເສັງ ແລະ ເຫັນບົດສອບມາ ຫົວໃຈເຕັ້ນແຮງ, ຕື່ນເຕັ້ນອີ່ຫຼີ່ ແຕ່ພໍເປີດປຸບ………

ທີ່ສຳຄັນຄະນະກຳມະການເພີ່ນຢາມເຄັ່ງຫຼາຍຈົນເຮັດໃຫ້ຂ້ອຍບໍ່ກ້າແມ້ແຕ່ຈະຫາຍໃຈ 555+

ຕ່າງໃຜຕ່າງມີວິທີເຮັດຂໍ້ສອບຂອງໃຜລາວ, ແລະ ເທັກນິກການເຮັດຂໍ້ສອບຂອງຂ້ອຍກໍ່ຄື ໃຈເຢັນໆ, ຫາຍໃຈໃຫ້ເລຶກໆ ແລະ ສະມາທິຄືສີ່ງທີ່ສຳຄັນທີ່ສຸດຕອນຢູ່ຫ້ອງເສັງ.

ຕັດພາບມາຕອນທີ່ຜ່ານການສອບເສັງແລ້ວ, ເພີ່ນໃຫ້ລຸ້ນ1 ເດືອນຜົນຄ່ອຍອອກມາ, ຕົນເອງຮູ້ສຶກບໍ່ໝັ້ນໃຈເລີຍ, ຢ້ານບໍ່ມີຊື່ ຈື່ງໄປເສັງຫຼາຍໆບ່ອນນອກຈາກ ມຊ ແລ້ວ ບໍ່ວ່າຈະເປັນ: ສະຖາບັນການທະນາຄານ, ມະຫາວິທະຍາໄລ ສຸຂະພາບ, ວິທະຍາໄລ ເຕັກນິກ ລາວ-ເຢຍລະມັນ ແລະ ວິທະຍາໄລ ສຸດສະກະ.

ນັບມືນັບໄກ້ເຂົ້າ, ຂ້ອຍຍີ່ງລຸ້ນແທບໃຈຈະຂາດ, ສຸດທ້າຍແລ້ວຜົນປະກົດວ່າ:

ຕິດໂວຍ!!!!

ຂ້ອຍດີໃຈຫຼາຍ ພຸມໃຈໃນຕົນເອງບໍ່ເສຍດາຍເລີຍທີ່ຕັ້ງຮຽນມາ, ໄດ້ເຂົ້າໃນຄະນະທີ່ເລືອກໄວ້ຄື ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ.

ແຕ່ພໍເຂົ້າມາບໍ່ເປັນດັ່ງທີ່ຄິດ ຄົນທີ່ສາມາດຜ່ານເຂົ້າມາໄດ້ລ້ວນເປັນຄົນເກັ່ງໆທັງນັ້ນ, ແຖມຮຽນໜັກ ແລະ ລະບົບການຮຽນບໍ່ຄືຕອນຢູ່ມັດທະຍົມ, ອາຈານສອນໄວ ແລະ ໃຫ້ອ່ານປື້ມສຶກສາເອົາເອງສ່ວນຫຼາຍ.

ສຸດທ້າຍນີ້ ຂໍຂອບໃຈທີ່ອ່ານມາຮອດຈຸດນີ້. ໃນຖານະຮຸ່ນອ້າຍ ຈະບອກກັບນ້ອງໆທີ່ກຳລັງຈະເສັງເຂົ້າ ມຊ ຫຼື ມະຫາວິທະຍາໄລອື່ນໆ ວ່າ: ການເຂົ້າມາໃນຮົ້ວມະຫາໄລ ບໍ່ແມ່ນທຸກຢ່າງໃນອະນາຄົດຂອງນ້ອງໆ, ຖ້ານ້ອງເປັນຄົນກະຕືລືຫຼົ້ນ ແລ່ນເຂົ້າຫາໂອກາດ ນ້ອງກໍ່ຈະໄປໄດ້ໄກເຊັ່ນກັນ, (ຈະຮຽນຫຍັງບໍ່ສຳຄັນຖ້າຈົບມາເຮັດວຽກບໍ່ເປັນກະບໍ່ມີຄວາມໝາຍ).

ຂໍເປັນກຳລັງໃຈໃຫ້ທຸກຄົນທີ່ຈະເສັງໃນປີນີ້.

…ຂໍຂອບໃຈ…

Published by khamlek herluejor

Marketing Matters

ໃຫ້ຄວາມເຫັນ

Design a site like this with WordPress.com
Get started