ຫຼາຍໆຄົນອາດວາດຝັນຢາກໄດ້ໄປຮຽນບ່ອນນັ້ນ, ບ່ອນນີ້, ເພາະວ່າ ເປົ້າໝາຍດຽວຂອງການສຶກສາທີ່ແສນຈະຍາວນານ ໃນປະຖົມ 5ປີ ແລະ ມັດທະຍົມອີກ 7ປີ ຈົບໄປກໍ່ເພື່ອເຂົ້າມະຫາໄລ ແລະ ຄິດວ່າຈະໄດ້ເຮັດໃນສີ່ງທີ່ຕົນເອງຢາກຕົນເອງຢາກເຮັດ, ເຊີ່ງມັນກໍ່ເປັນຄວາມຈີງ, ແຕ່ບໍ່ແມ່ນທັງໝົດ.
ມື້ນີ້ຂ້ອຍນຳເອົາ 5 ຄວາມຈີງກ່ຽວກັບຊີວິດຂອງນັກສຶກສາມະຫາໄລ ທີ່ນັກຮຽນມັດທະຍົມຍັງບໍ່ຮູ້ ມາແບ່ງປັນໃຫ້ກັບນ້ອງໆທີ່ຍັງຮຽນ ມັດທະຍົມຢູ່ ເພື່ອຈະໄດ້ສຶກສາຂໍ້ມູນໄວ້ເມື່ອຮອດຢາມຕົນເອງຈື່ງບໍ່ຕົກໃຈ.
1. ມີເວລາຫວ່າງຫຼາຍ.

ການຮຽນໃນລະບົບສາມັນທົ່ວໄປ ຫຼື ມັດທະຍົມ ນັກຮຽນຈະຕ້ອງໄດ້ຮຽນທຸກມື້ ຈັນ-ສຸກ ເຊີ່ງແຕ່ລະມື້ກໍ່ຮຽນເຕັມເວລາ, ເຮັດໃຫ້ນ້ອງໆອາດຈະເມື່ອຍກັບການຮຽນແນວນັ້ນ, ແລະ ເນື່ອງຈາກ ມີອ້າຍ, ເອື້ອຍທີ່ເພີ່ນໄປຮຽນຕໍ່ມາເລົ່າໃຫ້ຟັງວ່າ ຮຽນໃນມະຫາໄລ ຈະຮຽນເປັນຊ່ວງເວລາ ເຊີ່ງກໍ່ອາດຈະແມ່ນຄວາມຈິງ. ມັນຂື້ນກັບ ແຕ່ລະ ວິທະຍາໄລກຳນົດເອງ ບາງບ່ອນຮຽນເປັນພາກປົກກະຕິເຊີ່ງເຮົາຈະໄດ້ຮຽນໝົດມື້ຄືຕອນຢູ່ມັດທະຍົມ ແລະ ບາງບ່ອນ ນ້ອງສາມາດເລືອກໄດ້ວ່ານ້ອງຈະຮຽນ ຕອນເຊົ້າ, ຕອນບ່າຍ ຫຼື ຕອນແລງ.
ແຕ່ຂໍບອກວ່າລະບົບການຮຽນໃນມະຫາໄລບໍ່ຄືກັນກັບມັດທະຍົມ, ເຊີ່ງການໃນມະຫາໄລນັ້ນ ອາຈານສອນໄວ, ນ້ອງຕ້ອງອ່ານປື້ມ ແລະ ຮຽນເອງເປັນສ່ວນໃຫຍ່ ແລະ ທີ່ສຳຄັນ ອາຈານເພີ່ນສັ່ງວຽກບ້ານຫຼາຍ,
ສ່ວນຕົວຄິດວ່າ ເວລາທີ່ຫວ່າງນັ້ນຈະໝົດໄປກັບການເຮັດວຽກບ້ານ. ສະຫຼຸບແລ້ວ, ຮຽນໃນຫ້ອງນ້ອຍແຕ່ ຮຽນດ້ວຍຕົນເອງຫຼາຍ.
2. ຕ້ອງມີແຟນແນ່ນອນ
ການໄດ້ເຂົ້າມາຮຽນຕໍ່ໃນລະດັບມະຫາໄລແນ່ນອນວ່າ ເຮົາຈະໄດ້ພົບຄົນຫຼາຍຂື້ນທີ່ມາຈາກທົ່ວປະເທດ ແຕ່ບໍ່ໝາຍຄວາມວ່າຈະມີຄົນຄົນນັ້ນ hehe.

ບໍ່ແມ່ນທຸກຄົນທີ່ຫາແຟນໄດ້ເມື່ອເຂົ້າມາຮຽນໃນຮົ້ວມະຫາໄລ, ເພາະການຮຽນຫຍຸ້ງຫຼາຍ.
3. ຕ້ອງຂື້ນລາຍງານຕະຫຼອດ
ການເຮັດບົດລາຍງານເປັນການຝຶກເຮັດວຽກກັບໝູ່, ຊ່ວຍກັນອອກຄວາມເຫັນໃຫ້ວຽກອອກມາໃຫ້ດີທີ່ສຸດ ແລະ ທີ່ສຳຄັນຕ້ອງໄດ້ຂື້ນ ລາຍງານໃຫ້ອາຈານເປັນປະຈຳ.
4. ເສັງຄືນເສຍເງີນ
ການທີ່ເຮົາຈະປະຕິບັດຕົນຄືຕອນຢູ່ມັດທະຍົມ ຈະໃຊ້ບໍ່ໄດ້ໃນມະຫາໄລອີກແລ້ວ, ຖ້າບໍ່ຮຽນເອົາຈິງແລ້ວ ຕົກຄືຕົກ, ຖ້າຢາກເສັງຄືນ ຕ້ອງຈ່າຍເງີນຕາມລາຍວິຊາ ແລະ ແຕ່ລະວິຊາທີ່ລົງທະບຽນນັ້ນ ຈະມີໜ່ວຍກິດໃຫ້ຈ່າຍຕາມ, 2-3 ວິຊາກະໝົດໄປແລ້ວ ແສນກ່ວາ.

5. ຕ້ອງຮຽນວິຊາບັງຄັບ
ສາຂາ ທີ່ນ້ອງເລືອກມັນມີ ວິຊາຂອງມັນຢູ່ແລ້ວ ແຕ່ທາງວິທະຍາໄລກໍ່ຈະເອົາວິຊາບັງຄັບມາໃຫ້ຮຽນເພື່ອເກັບເກຣດ. ສະນັ້ນ, ນ້ອງຕ້ອງໄດ້ຕັ້ງໃຈຮຽນເຊັ່ນກັນເຖິງຈະບໍ່ມັກກໍ່ຕາມ.
ນີ້ອາດເປັນພຽງບາງສ່ວນເທົ່ານັ້ນ, ເມື່ອນ້ອງໆເຂົ້າມາຮຽນໃນມະຫາໄລກໍ່ຈະໄດ້ຮຽນຮູ້ອີກຫຼາຍໆຢ່າງຕື່ມ.
Writer: Khamlek herluejor
